User:Jungmankue

From Wikipedia, the free encyclopedia
  • ປະຫວັດສາດຄວາມເປັນມາຂອງ ທິມພາກ ຈັ່ງແມ່ນຄື

ແລກໆຫົວຫນ້າຈັ່ງແມ່ນຄືແມ່ນໄດ້ເກີດໄອເດຍກ່ຽວກັບການພາກຫນັງສັ້ນ...ລາວໄດ້ຊອກຫາຫນັງມາພາກກັບຫມູ່ຄົນຫນື່ງ.. ແລ້ວຕັ້ງຊື່ທີມ ວ່າຫລົງຕົວເອງ..ລາວຄົນນັ້ນ ກໍ່ໄດ້ພຽງແຕ່ແຊ ມຸກ ແລະ ໄອເດຍ ເພາະຕອນນັ້ນບໍ່ມີຄ່ອຍເວລາໄປພາກສຽງນຳທີມ...ເພາະຫ້ອງ ອັດກະຢູ່ໄກແນ່. ໄດ້ແຕ່ເປັນຄົນນອກກະເຈົ້າ. ແຕ່ຜົນງານທີ່ວາງແຜນກັນໄວ້ກໍ່ອອກມາດ້ວຍດີ.


... ຫລັງຈາກສອງສາມທິດທີ່ຜົນຂອງຫລົງຕົວເອງໄດ້ປ່ອຍອອກອອນລາຍ ກໍ່ໄດ້ມີແຟນຫນັງຫລາຍຄົນເກີດຄວາມສົນໃຈ...ຍ້ອນມີຜົນຕອບຮັບດີ.. ໄດ້ມີຍິງສາວຄົນຫນື່ງເຂົ້າມາຂໍພາກນຳ..ທຳອິດກະຄິດວ່າຊິລອງເຮັດຫລີ້ນຊື່ໆແລ້ວກະເຊົາ.. ເພາະມີຄົນຢາກມາແຈມນຳ ຊາຍຄົນນັ້ນກໍ່ນອນຄິດເບີ່ງວ່າ, ຈະເຊົາຫລືຈະຕໍ່. ແຕ່ສຸດທ້າຍກະຕັດສິນໃຈດຳເນີນການສຶບຕໍ່..ເພາະບໍ່ຢາກໃຫ້ສາວຄົນນັ້ນຜິດຫວັງ... ແລ້ວເຫດການກໍ່ປ່ຽນໄປ.


ມັນເປັນມື້ຫນື່ງທີ່ອາກາດແຈ່ມໃສ, ເປັນມື້ພັກປິດເທີມຂອງໂຮງຮຽນ...ຊາຍຄົນນັ້ນໄດ້ນັດແລະກະພາສາວຄົນນັ້ນເຂົ້າໄປລອງພາກສຽງທີ່່່ຫ້ອງອັດນ້ອຍໆ... (ນ້ອຍອິ່ຫລີ). ຫນັງທີ່ນຳມາພາກແມ່ນຫນັງ ແອຟໂຟ ຕັ້ງຊື່ເລື້ອງໃຫມ່ວ່າ ກຸ່ມແອຟໂຟລັກກິນປີໂປ. ໃນຫັ້ນກໍ່ມີສີ່ຕົວລະຄອນຫລັກ. ພະເອກ, ພະເອກເຖື່ອນ ແລະ ນາງເອກ. ນາງຮ້າຍ. ເປັນຫນັງທີ່ບໍ່ມີຜົນຕອບຮັບຫຍັງເລີຍ ຮາຮາ ຢ່າມັນ ຍັງມືໃຫມ່ຢູ່.


ເພື່ອເຮັດໃຫ້ຫນັງທີ່ຕົວເອງເຮັດອອກໄປ ຫນ້າສົນໃຈຂື້ນກວ່າເກົ່າ, ຊາຍຄົນນັ້ນໄດ້ຊອກເອົາຫນັງ 300 Spartan ມາພາກ. ໃນຕອນນີ້ເລີ້ມມີຊາຍຄົນຫນື່ງອິກ ທີ່ສົນໃຈຜົນໃນການພາກຫນັງສັ້ນ, ລວມສາມຄົນ ແລ້ວຕັດສິນໃຈຕັ້ງຊື່ທີມໃຫມ່ຂື້ນວ່າ ລວມມິດແອວເອຊີ. ຜົນຕອບຮັບຂອງຜົນງານທີ່ເຮັດອອກໄປ ຖືວ່າດີພໍສົມຄວນ.


ເນື່ອງຈາກຄວາມເຄີຍຊີນຂອງຕົວເອງ ຊາຍຄົນທີ່ຫນື່ງມັກຢອກ ແລະ ເວົ້າ ໃຫ້ຍິງທີ່ເປັນສາມະຊິກນຳກັນວ່າ ຄືແທ້ເຈົ້ານີ້ ແລະ ທຸກຄັ້ັ້ງທີ່ໄດ້ແຊັດຫາກັນ ມັກເວົ້າໃຫ້ລາວຕະຫລອດວ່າ ເຮັດຄື ຈັ່ງແມ່ນຄື ຈັ່ງແມ່ນຄື. ກໍ່ເລີຍຕິດປາກມາ ແລະກໍ່ໄດ້ປ່ຽນມາເປັນຊື່ທິມພາກຈົນຮອດປະຈຸບັນນີ້ ວ່າ ທິມພາກຈັ່ງແມ່ນຄື (ຊື່ເກົ່າມັນບໍ່ເທ້ ຮາຮາ).


ຫລັງຈາກຜັນປຽ່ນຈາກທີມພາກລວມມິດແລເອຊີ ມາເປັນທີມພາກຈັ່ງແມ່ນຄື ກໍ່ໄດ້ມີສາມະຊິກຫລັກເຂົ້າມາອິກຜູ້ຫນື່ງ ເຊື່ງວ່າຜູ້ນີ້ທ່ານຈະສັງເກດເຫັນໄດ້ ຈາກຜົນງານສຸດດັງ ຫນັງ Rush hours ດັດມາເປັນ ສາວຫນອງບອນ ພາກເປັນ ຄົນດຳໆເວົ້າໄວໆ. ຜົນງານໃນຊ້ວງນີ້ແມ່ນໄດ້ຮັບຜົນຕອບຮັບຢ່າງບໍ່ຄາດຝັນ.

ຕໍ່ຈາກນັ້ນມາທິມງານກໍ່ໄດ້ສຶບຕໍ່ການພາກມາເລື້ອຍໆ ມັນກໍ່ມີບາງອັນທີ່ຜູ້ຊົມມັກ ແລະ ບໍ່ມັກ ພວກເຮົາກໍ່ບໍ່ເຄີຍຈະເສຍໃຈ ເພາະຈຸດປະສົງຫລັກໆຂອງພວກເຮົາແມ່ນສ້າງຄວາມບັນເທີງ ແລະ ຄາຍຄຽດໃຫ້ສັງຄົມ. ມັນກໍ່ມີຫລາຍຄົັ້ງທີ່ວ່າບໍລິສັດມືອາຊິບຕິດຕໍ່ພວກເຮົາໄປພາກຕາມສະຖານທີ່ຕ່າງໆ ແຕ່ພວກເຮົາກັບປະຕິເສດ, ອັນນີ້ກະຂໍໂທດຫລາຍໆ ແລະກະຂອບໃຈສຳລັບໂອກາດ. ພວກເຮົາຮູ້ຕົວເອງດີວ່າບໍ່ທັນມີປະສົບການພຽງພໍທີ່ຈະໄປເຖິງຈຸດນັ້ນໄດ້ ແຕ່ພວກເຮົາກໍ່ບໍ່ຢຸດນີ້ງໃນການພັດທະນາຝີມື.


ປັດຈຸບັນທີມງານຫລັກໆແມ່ນມີສີ່ຄົນ ຊາຍສາມ ແລະ ຍິງຫນື່ງ, ກັບຫ້ອງພາກທີ່ເປັນຫ້ອງສະຫມຸດຂອງ ໂຮງຮຽນ. ພວກເຮົາຕ້ອງຂໍສະລະພາບດ້ວຍຄວາມຈິງໃຈວ່າພວກເຮົາບໍ່ຄ່ອຍຈະມີເວລາມາພາກຫນັງແບບຄົບຫນ້າກັນພໍປານໃດ ພວກເຮົາອາໃສໃຈມັກໃນເວລາເລິກຫລີ້ນເທົ່ານັ້ນ ເພາະທິມງານທຸກຄົນຍັງອາຍຸນ້ອຍຢູ່ ຍັງຮຽນຢູ່ ເມື່ອເວລາບໍ່ພໍຜົນງານກໍ່ອອກມາບໍ່ເຕັມມິດເຕັມຫນ່ວຍ. ເຖີງຢ່າງໃດພາກເຮົາກໍ່ຍັງພູມໃຈ ຖ້າທຽບໃສ່ທີທພາກອື່ນ ທີມເຮົາເກືອບວ່າຈະບໍ່ໄດ້ໃຊ້ຕົ້ນທຶນໃນການຜະລິດເລີຍ ເພາະ ອຸປະກອນການພາກແມ່ນແບບບູຮານສຸດໆເລີຍ ຮາຮາ ຄອມພົບພາຫນື່ງຫນ່ວຍ ແລະ ສາຍຟັງຫູຫນື່ງອັນ. ແຕ່ຄຸນນະພາບຫນ້າພໍໃຈ ນິແລະ ຄືຫົວຄິດສ້າງສັນອັນແທ້ຈິງ (ແຕ່ວ່າກະວາງແຜນຊອກຫາຫ້ອງອັດດີໆ ແລະ ອຸປະກອນທີ່ເຫມາະສົມຢູ່ ຈັກປານໃດຊິໄກ້ ຢ້ານເປັນ ຮຽນຈົບພຸ້ນແລະ). ຮອດຕອນທ້າຍນີ້ ຈັງໃດກະຄື ກະຢ່າລືມຊ່ວຍເປັນກຳລັງໃຈໃຫ້ທິມພາກຫນັງລາວນ້ອງໃຫມ່ແນ່ເດີ. ເພື່ອອະນາຄົດທີ່ສົດໃສຂອງຫນັງບ້ານເຮົາ.


ສາມະຊິກຫລັກໃນທີມລວມມີ

  • Bulleted list item

1. ຊຽງກະໂລນ ພະເອກຫນ້າໂຈນ (ຜູ້ກຳກັບການສະແດງ ແລະ ຂຽນເລື່ອງ ຮັບບົດພາກເປັນ ພະເອກ, ຄົນເຖົ້າ, ຄົນເຖຶ່ອນ, ກະເທີຍ, ຫົວຫນ້ານັກເລງ: ບຸກຄະລິກພິເສດແມ່ນ ສຽງທຸ້ມ, ສຽງໃຫ່ຍ, ສຽງແຫບກະໄດ້ ແລະ ສຽງຫ້ຽມ)

2.ມະລີສາ ສາວຊ່າເມືອງເຫນືອ (ຜູ້ບໍລິຫານໃຫບ່ ແລະ ພາກເປັນ ນາງເອກ, ເດັກນ້ອຍ, ປ້າ ແລະ ແມ່ເຖົ້າ : ບຸກຄະລິກພິເສດແມ່ນ ສຽງຫ້ຽມ ເວົ້າຊ້າ ສຽງເຢັນ ) ... 3. ສິດ ນັກກະວີເມືອງໃຕ້ (ຜູ້ເພີ່ມມຸກຕາຫລົກໃສ່ ແລະ ພາກເປັນຫມູ່ພະເອກ, ຕົວຕະຫລົກ, ຕົວປາຊີວປາສ້ອຍ: ບຸກຄະລິກພິເສດ ແມ່ນ ສຽງແຫລມ ເວົ້າໄວ) 4. ອາສິດ ຫົວສີໄຄ ໃຕ້ເຫນືອ (ຜູ້ຊອກຫນັງມາໃຫ້ພາກ ແລະ ຕົວສອຍ: ບຸກຄະລິກພິເສດແມ່ນ ປັບເຂົ້າໄດ້ຫມົດ ຕາມຜູ້ກຳກັບສັ່ງ)

ແລະຍັງມີແຂກຮັບເຊີນອິກມາກມາຍ